ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ
ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ VI

     ວັນທີ 29 ທັນວາ 2023 ນີ້, ໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງ
ທີ VI ຂອງຕົນຂຶ້ນ ແລະ ໄດ້ສໍາເລັດຜົນລົງຢ່າງຈົບງາມ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະ
ການຄະນະພັກກະຊວງປ້ອງກັນເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ
ແລະ ສໍາຮອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ເລຂາໜ່ວຍພັກ ຫົວໜ້າຫ້ອງການເມືອງກົມໃຫຍ່
ພະລາທິການກອງທັບ, ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ເຊິ່ງໄດ້ຕີລາຄາການນໍາພາຂອງຄະນະໜ່ວຍພັກຄັ້ງທີ V ໃນໄລຍະ
ຊຸມປີຜ່ານມາ, ໜ່ວຍພັກຫ້ອງການເມືອງ ແມ່ນໜ່ວຍພັກໜຶ່ງ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາ ໂດຍກົງຮອບດ້ານຈາກຄະນະພັກອົງການກົມ
ໃຫຍ່ພະລາທິການກອງທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມໃຫຍ່ພະລາທິການກອງທັບ ກໍ່ຄືກະຊວງປ້ອງກັນປະເທດ, ທາງ
ດ້ານວຽກພັກ-ວຽກງານການເມືອງ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄ້ວາ,
ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິ
ກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ກໍ່ຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະ
ນະພັກກະຊວງປ້ອງກັນປະເທດວາງອອກ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ,
ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ກອງປະຊຸມດັ່ງກ່າວ ສະມາຊິກພັກ
ສົມບູນໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານເມືອງທັງສອງພາກຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບຕໍ່ທິດທາງແຜນການ
ນໍາພາຂອງຄະນະພັກຊຸດໃໝ່ໃນຕໍ່ໜ້າ, ຈາກນັ້ນ ກອງປະຊຸມສະມາຊິກພັກສົມບູນໄດ້ໃຊ້ສິດປະຊາທິໄຕຂອງຕົນເອງ ປ່ອນບັດຄັດເລືອກ
ເອົາຄະນະໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ຊຸດໃໝ່, ເຊິ່ງເລືອກເອົາ 5 ສະຫາຍ ຄື: ພົນຈັດຕະວາ ຕີເບດ ສີແພງ
ຄູນ ເປັນເລຂາໜ່ວຍພັກ, ພັນເອກ ທອງອ້ວນ ຄໍາວັນທອງ ເປັນຮອງເລຂາໜ່ວຍພັກ, ພັນໂທ ທອງຈັນ ພົງສີພັນ, ພັນໂທ ສີສຸດາ ວໍລະສິງ
ແລະ ພັນໂທ ສີອໍາພອນ ແກ້ວຫຼວງເດດ ເປັນກໍາມະການໜ່ວຍພັກ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງໃຫ້ຄະນະ
ໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບຊຸດໃໝ່, ພ້ອມດ້ວຍສະມາຊິກພັກທຸກສະຫາຍ, ຈົ່ງເອົາໃຈໃສ່ຕໍ່ວຽກງານສຶກ
ສາອົບຮົມການເມືອງນໍາແນວຄິດເປັນກົກ, ເປັນວຽກງານໜື່ງທີ່ສໍາຄັນ ແລະ ເປັນວຽກງານແຖວໜ້າ ເພື່ອສອດຫ້ອຍເຂົ້າກັບທຸກຂົງ
ເຂດວຽກງານການເມືອງຂອງກົມກອງ, ມີຄວາມສາມັກຄີພາຍໃນພັກຢ່າງແໜ້ນແຟ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງ
ພັກ, ຂອງກອງທັບຢ່າງເຂັ້ມງວດ, ເປັນເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະ
ເກີດຂຶ້ນພາຍໃນພັກ, ຈຳກັດແນວຄິດທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງແບບແຜນການນໍາພາຂອງໜ່ວຍພັກ, ສະມາ
ຊິກພັກ, ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ ແລະ ເສຍເງິນບໍາລຸງສະຕິພັກໃຫ້ຖືກຕ້ອງຕາມຂໍ້ກໍານົດ,
ກົດລະບຽບຂອງພັກບໍ່ໃຫ້ຂາດ, ເຄື່ອນໄຫວຕາມພາລະບົດບາດຂອງພັກ, ສ້າງກົມກອງໃຫ້ເປັນກອງປອດໃສ, ປອດໄພ, ປອດຄະດີ,
ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການກໍ່ສ້າງນັກຮົບ-ກົມກອງວັດທະນະທໍາໃຫ້ເປັນຂະບວນການຟົດຟື້ນ ແລະ
ຕໍ່ເນື່ອງ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 04/01/2024